ຍ້ອນມີພັກນຳພາ ສູນເສຍອົງຄະພິເສດ 790 ຈຶ່ງເຕີບໃຫຍ່ຂະຫຍາຍຕົວ

ຍ້ອນມີພັກນຳພາ ສູນເສຍອົງຄະພິເສດ 790 ຈຶ່ງເຕີບໃຫຍ່ຂະຫຍາຍຕົວ

ຍ້ອນມີພັກນຳພາ ສູນເສຍອົງຄະພິເສດ 790 ຈຶ່ງເຕີບໃຫຍ່ຂະຫຍາຍຕົວ
ໂດຍ:ບຸນຕອມ ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ (21 ມີນາ 1946 – 21 ມີນາ 2025 ຄົບຮອບ 79 ປີ)ແລະ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ວັນທີ 22 ມີນາ 1955-22 ມີນາ 2025. ທ່ານ ພັທ ບຸນມີ ອິນທະວົງສາ ຫົວໜ້າການເມືອງ ສູນເສຍອົງຄະພິເສດ 790

ໄດ້ໃຫ້ສໍາພາດຕໍ່ສືມວນຊົນວ່າ: ສູນເສຍອົງຄະພິເສດ 790 ສ້າງຕັ້ງຂຶ້ນໃນວັນທີ 7/7/1990ເພື່ອເປັນບ່ອນເຕົ້າໂຮມເອົານາຍ ແລະ ພົນທະຫານ ທີ່ເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືສະໄໝປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດ ຊຶ່ງເປັນພະນັກງານເສຍອົງຄະພິເສດນັບແຕ່ 81% ຂຶ້ນໄປ ເພື່ອໃຫ້ສະດວກໃນການດູແລ ແລະ ຈັດຕັ້ງປະຕິບັດນະໂຍບາຍ ຕາມນະໂຍບາຍຂອງ ພັກ-ລັດຖະບານ ທີ່ມີຕໍ່ນາຍ ແລະ ພົນທະຫານ, ພະນັກງານປະຕິວັດ ອາວຸໂສ, ເສຍອົງຄະບຳນານ ໃຫ້ຖືກຕ້ອງ ແລະ ເໝາະສົມ ຕາມນະໂຍບາຍຂອງພັກ-ລັດຖະບານວາງອອກແຕ່ລະໄລຍະໃນປີ 1954-1955 ພະນັກງານ-ນັກຮົບທີ່ຖືກບາດເຈັບ ແລະ ເສຍອົງຄະໃນການຕໍ່ສູ້ກູ້ຊາດ ໄດ້ໄປເຕົ້າໂຮມຢູ່ເຂດເຊີນລຽນ ແຂວງແທງຮວາ ປະເທດຫວຽດນາມເພາະໃນໄລຍະນັ້ນປະເທດຊາດຂອງພວກເຮົາ ຍັງພົບຂໍ້ຫຍຸ້ງຍາກ ແລະ ກຽມປົດປ່ອຍປະເທດຊາດ.

ປີ 1975-1976 ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ພັກ ແລະ ລັດຖະບານ ຈຶ່ງໄດ້ຍົກຍ້າຍເອົາພະນັກງານ-ນັກຮົບ ທີ່ເສຍອົງຄະຢູ່ເຂດເຊີນລຽນ ແຂວງແທງຮວາ ປະເທດຫວຽດນາມ ກັບຄືນປະເທດເຮົາ ມາຢູ່ເຂດທີ່ໝັ້ນ ເມືອງວຽງໄຊ ແຂວງຫົວພັນ ແລະ ໄດ້ສ້າງຕັ້ງກອງນີ້ຂຶ້ນໂດຍມີຊື່ວ່າ: ກອງ 18 A ຕັ້ງຢູ່ບ້ານນາແທ່ນ ເມືອງ ວຽງໄຊ ແຂວງຫົວພັນ ແລະ ມາຮອດປີ 1990 ຍ້ອນເຫັນໄດ້ຄວາມສໍາຄັນຂອງພະນັກງານເສຍອົງຄະພັກ ແລະ ລັດຖະ ບານ ກໍຄືກະຊວງປ້ອງກັນປະເທດ ຈຶ່ງໄດ້ຍົກຍ້າຍ ກອງ 18 A ມາຕັ້ງຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ມີຊື່ວ່າ ສູນເສຍອົງຄະພິເສດ 790 ຈົນເຖິງປັດຈຸບັນ).

ມາເຖິງປີ 1993 ເພື່ອສືບຕໍ່ປະຕິບັດນະໂຍບາຍ ຕໍ່ພະນັກງານເສຍອົງຄະພິເສດ ໃຫ້ສອດຄ່ອງຕາມແຕ່ລະໄລຍະ ມາເຖິງວັນທີ 27/7/1993 ກະຊວງປ້ອງກັນປະເທດ ຈຶ່ງໄດ້ມອບໂອນສູນເສຍອົງຄະພິເສດ 790 ໃຫ້ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍ ຄຸ້ມຄອງ, ດູແລ ເປັນເວລາ 26 ປີ.ມາເຖິງປີ 2018 ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບ ເລກທີ 189/ຄລສພ, ລົງວັນທີ 26/12/2018 ວ່າດ້ວຍການມອບໂອນ ການຄຸ້ມຄອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບນະໂຍບາຍອອກຜັກຜ່ອນຮັບອຸດໜູນບຳນານ, ພະນັກງານເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບກັບຄືນກະຊວງປ້ອງ ກັນປະເທດເປັນຜູ້ຄຸ້ມຄອງດູແລ ຕາມນະໂຍບາຍຂອງ ພັກ-ລັດ ວາງອອກ.

ມາຮອດວັນທີ 24 ມັງກອນ 2020 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບໂອນສູນເສຍອົງຄະພິເສດ 790 ກັບຄືນໃຫ້ກະຊວງປ້ອງກັນປະເທດ ເພື່ອສືບຕໍ່ຄຸ້ມຄອງດູແລ ແລະ ປະຕິບັດນະໂຍບາຍ ມາເຖິງປັດຈຸບັນ.ດ້ານໂຄງຮ່າງການຈັດຕັ້ງ ສູນເສຍອົງຄະພິເສດ 790 ແມ່ນທຽບເທົ່າກອງພັນນ້ອຍ ປະກອບ ມີຄະນະພັກ-ຄະນະບັນຊາ 5 ສະຫາຍ, ມີ 4 ຂະແໜງການ, ໂຮງໝໍ 10 ຕຽງ ແລະ 1 ໝູ່ປ້ອງກັນ ລວມທັງໝົດ 81 ສະຫາຍ ຕາມຕາມໂຄງປະກອບຂອງກົມໃຫຍ່ເສນາທິການ.ພາຍຫຼັງສູນເສຍອົງຄະພິເສດ 790 ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ກົມກອງພວກເຮົາໄດ້ ເຮັດໜ້າທີ່ ເປັນເສນາທິການໃຫ້ແກ່ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ.ມີໜ້າທີ່ສຶກສາອົບຮົມການເມືອງແນວຄິດ, ຄຸ້ມຄອງເບິ່ງແຍງປະຕິບັດນະໂຍບາຍຕໍ່ພະນັກງານຜູ້ເສຍອົງຄະພິເສດ ຕາມດໍາລັດ 272/ລບ

ສູນຂອງພວກເຮົາແມ່ນຢູ່ໃກ້ກັບຂັ້ນເທິງ, ການໄປມາແມ່ນສະດວກສະບາຍ, ໄລຍະຜ່ານມາ ພັກ-ລັດຖະບານ, ຄະນະນໍາກະຊວງປ້ອງກັນປະເທດ ຖືເປັນສໍາຄັນຕໍ່ພະນັກງານເສຍອົງຄະພິເສດ, ອໍານວຍຄວາມສະດວກໃຫ້ງົບປະມານມາສ້າງເສັ້ນທາງເຂົ້າສູນ ແຕ່ຮ່ອມ 17, 18, 19, 20, 21 ແລ່ນນໍ້າປະປາ, ໄຟຟ້າ, ຕິດຕັ້ງໄຟເຍື່ອງທາງ, ປັບປຸງ ສ້ອມແປງຫ້ອງການ, ສະໂມສອນ, ໂຮງໝໍ 10 ຕຽງ, ກະລາລົດ ແລະ ສ້າງສາງນໍ້າມັນ. ນອກຈາກນັ້ນ, ທາງສູນຍັງໄດ້ຮັບການຊ່ວຍເຫຼືອຈາກກະຊວງການເງິນ ສ້າງຫໍມູນເຊື້ອ ຈໍານວນ 1 ຫຼັງ, ບຸກເບີກບ່ອນທໍາການຜະລິດປັບປຸງໜອງປາເກົ່າຈໍານວນ 2 ໜອງ, ຈົກໜອງປາໃໝ່ ຈໍານວນ 1 ໜອງ, ລ້ອມຮົ້ວ, ປຸກເຮືອນ 1 ຫຼັງ ແລະ ສາງມ້ຽນເຄື່ອງ. ລັດວິສາຫະກິດຫວຍພັດທະນາລາວ ໃຫ້ການຊ່ວຍເຫຼືອສ້າງໂຮງງານນໍ້າດື່ມ ຈໍານວນ 1 ຫຼັງ.

ສູນຂອງພວກເຮົາແມ່ນສູນໜຶ່ງ ທີ່ມີພະນັກງານເສຍອົງຄະພິເສດ ແຕກຕ່າງກັບບັນດາສູນ ເສຍອົງຄະ 11 ສູນໃນທົ່ວປະເທດ ອາໃສແຕ່ເງິນເດືອນ, ເງິນອຸດໜູນເສຍອົງຄະມາລ້ຽງ ຄອບຄົວ, ບໍ່ມີລາຍຮັບດ້ານອື່ນທີ່ຈະມາຊ່ວຍແບ່ງເບົາ.ສູນຂອງພວກເຮົາເປັນສູນທີ່ເຕົ້າໂຮມພະນັກງານເສຍອົງຄະຂັ້ນພິເສດ ທີ່ສູນເສຍກຳລັງແຮງງານແຕ່ 81-100% ຂຶ້ນໄປ, ອີງໃສ່ອາຍຸກະສຽນເຖົ້າແກ່ຊະລາມີການເຈັບເປັນຕະຫຼອດ ສຸຂະພາບອ່ອນເພຍ ການໄປມາກໍບໍ່ສະດວກ.ຂັ້ນພິເສດ ທີ່ສູນເສຍກຳລັງແຮງງານແຕ່ 81-100% ຂຶ້ນໄປ,ອີງໃສ່ອາຍຸກະສຽນເຖົ້າແກ່ສະລາມີການເຈັບເປັນຕະຫຼອດ ສຸ ຂະພາບອ່ອນເພຍ ການໄປມາກໍບໍ່ສະດວກ.ອຸປະກອນຊ່ວຍເຫຼືອຂອງຜູ້ເສຍອົງຄະຂອງພວກເຮົາໄດ້ມີການປັບປຸງ ແລະ ຂະຫຍາຍ ຕົວເຊັ່ນ:ພວກເຮົາມີສູນ 686 ຜະລິດແຂນທຽມ, ຂາທຽມ, ໄມ້ຄໍ້າເທົ້າ, ພາຫະນະລໍ້ຍູ້, ລໍ້ເລື່ອນ ເພື່ອອໍານວຍຄວາມສະດວກໃນການໄປມາ.

ຕະຫຼອດໄລຍະທີ່ຜ່ານມາ ສູນຂອງພວກເຮົາສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານຢ່າງຕໍ່ເນື່ອງ ອັນພົ້ນເດັ່ນແມ່ນຂະບວນການຝຶກແອບຮໍ່າຮຽນ, ສິນລະປະວັນນະຄະດີ, ຂັບຮ້ອງ, ການປັບປຸງບູລະນະຄ້າຍຄູ, ລະບຽບແບບແຜນ, ການປະຕິບັດຂໍ້ກຳນົດລະບຽບຕ່າງໆ ຂະບວນການເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່ ແລະ ບູລະນະສະຖານທີ່ຄ້າຍຄູ່ໃຫ້ຈົບງາມ, ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການກໍ່ສ້າງກົມກອງ 3 ປອດ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ອື່ນໆ.ສໍາລັບທິດທາງໃນຕໍ່ໜ້າສູນເສຍອົງຄະພິເສດ 790ແມ່ນຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານເສຍອົງຄະພິເສດ ໃຫ້ຖືກຕ້ອງຕາມນະໂຍບາຍ ຂອງຂັ້ນເທິງວາງອອກ.ສືບຕໍ່ຕິດຕາມການກໍ່ສ້າງປະຕູໂຂງ, ສືບຕໍ່ຂໍທຶນມາພັດທະນາໜອງປາຢູ່ເຂດທຳການຜະລິດ.

ເພື່ອຂໍ່ານັບຮັບຕ້ອນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ( 21 ມີນາ 1946 - 21 ມີນາ 2025 ຄົບຮອບ 79 ປີ) ທາງສູນພວກເຮົາໄດ້ສ້າງ ຂະບວນການ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃຫ້ມີເນື້ອໃນເລິກຊຶ່ງເຊັ່ນ: ພວກເຮົາໄດ້ຈັດຕັ້ງສ້າງກິດຈະກຳ ອອກແຮງງານ, ຈັດຕັ້ງປາຖະກະຖາເລົ່າມູນເຊື້ອແລະ ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ (21 ມີນາ 1946 – 21 ມີນາ 2025 ຄົບຮອບ 79 ປີ) ແລະ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ວັນທີ 22 ມີນາ 1955-22 ມີນາ 2025. ທີ່ຈະມາເຖິງນີ້: ຕາງໜ້າ ຄະນະພັກ-ຄະນະບັນຊາ, ພະນັກງານປະຕິວັດອາວຸໂສ, ພະນັກງານເສຍອົງຄະບຳນານ, ພະນັກງານ-ນັກຮົບທົ່ວສູນ 790 ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ການນໍາພັກ-ລັດ, ການນໍາ ກະຊວງປ້ອງກັນປະເທດ ຕະຫຼອດຮອດບັນດານັກທຸລະກິດ, ບໍລິສັດ ແລະ ອົງການຈັດຕັ້ງ ສັງຄົມ, ທາງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ຕໍ່ພະນັກງານເສຍອົງຄະພິເສດ 790 ໂດຍຕະລອດມາ ແລະ ອວຍພອນໄຊອັນປະເສີດ ມາ ຍັງການນໍາ ພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ ມີຜົນສໍາ ເລັດໃນໜ້າທີ່ວຽກງານ ອັນມີກຽດສະຫງ່າສູງສົ່ງ ຂອງບັນດາທ່ານ ແລະ ເປັນຮົ່ມໂພຮົ່ມໄຊ ສືບຕໍ່ຊີ້ນໍາ-ນໍາພາ ກໍລັງປະກອບອາວຸດກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງໜັກແໜ້ນ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.ອວຍພອນໄຊອັນປະເສີດມາຍັງພະນັກງານເສຍອົງຄະພິເສດ, ພະນັກງານເສຍອົງຄະໃນຂອບ ເຂດທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ປະສົບຜົນສໍາເລັດໃນໜ້າທີ່ການເມືອງຂອງຕົນ ນໍາເອົາພາລະກິດ, ມູນເຊື້ອ ແລະ ແນວທາງການປະຕິວັດຂອງພັກ ແລະ ເປັນແວ່ນແຍງໃຫ້ຮຸ່ນລູກ, ຮຸ່ນຫຼານ ສືບທອດຕໍ່ໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ